Call: 020 9243 3336 , 081 312103 odxgovernmentoffice@gmail.com ຖະໜົນ 13ເໜືອ, ບ້ານພູຂຽວ, ເມືອງໄຊ, ແຂວງອຸດົມໄຊ
ຫ້ອງວ່າການແຂວງອຸດົມໄຊ
ຫ້ອງວ່າການແຂວງອຸດົມໄຊ
Oudomxay Government Office

ປະຫວັດຄວາມເປັນມາຂອງຊົນເຜົ່າຫໍ້

🏷️ ຊົນເຜົ່າຫໍ້
ປະຫວັດຄວາມເປັນມາຂອງຊົນເຜົ່າຫໍ້
ຊົນເຜົ່າຫໍ້ ປະຫວັດຄວາມເປັນມາຂອງຊົນເຜົ່າຫໍ້ ແມ່ນຊົນເຜົ່າຫນຶ່ງທີ່ຂຶ້ນກັບໃນວົງຄະນະຍາດແຫ່ງຊາດລາວໂດຍສະເພາະແມ່ນ ແຂວງອຸດົມໄຊ. ຊົນເຜົ່າຫໍ້ຢູ່ແຂວງອຸດົມໄຊມີພາ ສາປາກເວົ້າເປັນຂອງຕົນເອງ

ຊົນເຜົ່າຫໍ້ ປະຫວັດຄວາມເປັນມາຂອງຊົນເຜົ່າຫໍ້ ແມ່ນຊົນເຜົ່າຫນຶ່ງທີ່ຂຶ້ນກັບໃນວົງຄະນະຍາດແຫ່ງຊາດລາວໂດຍສະເພາະແມ່ນ ແຂວງອຸດົມໄຊ. ຊົນເຜົ່າຫໍ້ຢູ່ແຂວງອຸດົມໄຊມີພາ ສາປາກເວົ້າເປັນຂອງຕົນເອງ ແລະ ມີຕົວຫນັງສືຂຽນເປັນຂອງຕົນເອງແຕ່ຊົນເຜົ່າຫໍ້ຍັງຮັກສາຄວາມເຊື່ອຖືຮີດຄອງປະເພນີແລະວັດທະນະທໍາ-ສັງຄົມທີ່ເ ປັນເອກະລັກຂອງຕົນໄວ້ເປັນຢ່າງດີ. ໃນຫນຶ່ງ ປີຂອງຊົນເຜົ່າຫໍ້ ຈະມີພິທີແລະງານບຸນປະເພນີຫຼາຍໆຄັ້ງຕໍ່ປີແຕ່ບຸນປະເພນີທີ່ສໍາຄັນກວ່າຫມູ່ແມ່ນບຸນກິນຈຽງ ຫຼື ບຸນປີໃຫມ່ຂອງທຸກໆປີ, ຊົນເຜົ່າຫໍ້ ມັກຈະເຮັດຮີດຄອງດ້ວຍການຂ້າໝູເພື່ອລ້ຽງຜີເຮືອນ ( ຜີພໍ່, ຜີແມ່ ) ໃນຄ້ຳ ຄືນແຮມ 14 -15 ຄ່ໍຳຂອງ ເດືອນ 2 ຫຼື 3 ຂອງທຸກໆປີ ແມ່ນມື້ເລີ່ມຕົ້ນກິນຈຽງດ້ວຍການຈູດຫມາກກະໂພກມີ ສຽງຟົດສະຫນັ່ນຫວັ່ນໄຫວທົ່ວບໍລິເວນ. ນອກຈາກນີ້ຍັງມີເຄື່ອງ ດົນຕີພື້ນເມືອງ ຫຼາຍຊະນິດຄືເວີ່, ສີຊໍ, ກະຈັບປີ່, ຂຸ່ຍ,ແກ່ ແລະອື່ນໆ

 

ຂໍ້ມູນເພີ່ມຕື່ມ →

 

ຂໍ້ມູນຈາກ: ຫ້ອງຂໍ້ມູນທ່ອງທ່ຽວແຂວງອຸດົມໄຊ