ປະຫວັດຄວາມເປັນຂອງແຂວງອຸດົມໄຊ
ແຂວງອຸດົມໄຊ ເປັນແຂວງທີ່ຕັ້ງຂຶ້ນໃຫມ່ໃນສະໄຫມສົງຄາມໂດຍລັດຖະບານຝ່າຍປະເທດລາວ ຫຼື ແຕ່ກ່ອນສະໄຫມຣາຊະອານາຈັກລາວ ເປັນພຽງບັນດາເມືອງທີ່ຂຶ້ນກັບແຂວງຫລວງພະບາງ. ໃນປີ1955 ຈັກກະພັດອາເມລິກາໄດ້ເຂົ້າມາແທນທີ່ພວກຈັກກະພັດຝຣັ່ງ ພວກເຂົາໄດ້ສືບຕໍ່ປັບປຸງອໍານາດການປົກຄອງເກົ່າ ທີ່ພວກຝຣັ່ງຈັດຕັ້ງໄວ້ ເພື່ອນໍາໃຊ້ເປັນເຄື່ອງມືຂອງພວກເຂົາສືບຕໍ່ໄປ.
ມາຮອດປີ ຄ.ສ 1956 ພວກຈັກກະພັດອາເມລິກາໄດ້ປະສານສົມທົບກັບເຈົ້າຊີວິດຫລວງພະບາງ ໄດ້ໂຮມເອົາ 3 ເມືອງຄື: ເມືອງໄຊ, ເມືອງຮຸນ ແລະ ເມືອງປາກທາ ມາສ້າງເປັນກິ່ງແຂວງໃສ່ຊື່ວ່າ ກິ່ງແຂວງ ໄຊຍະພູມ ແຕ່ງຕັ້ງທ່ານຫຸມເພັງ ຄົນຫລວງພະບາງຂຶ້ນມາເປັນເຈົ້າກິ່ງແຂວງ ຊຶ່ງມີສໍານັກງານຕັ້ງຢູ່ເມືອງໄຊ ແລະ ໃຫ້ຂຶ້ນກັບການອາລັກຂາຂອງແຂວງຫລວງພະບາງ.
ສ່ວນຝ່າຍປະຕິວັດ ແນວລາວຮັກຊາດ ກໍໄດ້ສ້າງຕັ້ງຄະນະພັກກິ່ງແຂວງຂອງຕົນຂຶ້ນ ມີສໍານັກງານຕັ້ງຢູ່ລະຫວ່າງຊາຍແດນເມືອງຮຸນ, ເມືອງແບງ ແລະ ເມືອງນາແລ, ແຕ່ງຕັ້ງສະຫາຍບຸນທັນ ວັນນະພົນ ຄະນະ ພັກແຂວງຫລວງພະບາງ ມາເປັນເຈົ້າກິ່ງແຂວງ, ສະຫາຍ ບຸນພາ ສຸລິຍະ ເປັນຮອງ.
ພາຍຫລັງເມືອງໄຊ ໄດ້ຮັບການປົດປ່ອຍສູນກາງແນວລາວຮັກຊາດ ໄດ້ສືບຕໍ່ໃນການສ້າງແຂວງອຸດົມ ໄຊໃຫ້ເປັນແຂວງຢ່າງສົມບູນ ໃນວັນທີ 15 / 7 / 1962 ແລ້ວໃສ່ຊື່ວ່າ ແຂວງລ້ານຊ້າງ ກໍາລັງປະຕິວັດ ໄດ້ສືບຕໍ່ປົດປ່ອຍເອົາບັນດາຕາແສງໃຫຍ່ຄື: ຕາແສງເມືອງແບງ, ນາຫມໍ້, ເມືອງຫລາ, ເມືອງງາ ມາສ້າງເປັນເມືອງ ຂຶ້ນກັບ ແຂວງລ້ານຊ້າງໃນໄລຍະຕໍ່ມາ.
ມາຮອດປີ 1965 ໄດ້ຕົກລົງປ່ຽນຊື່ຈາກ ຂວງລ້ານຊ້າງ ມາເປັນ "ແຂວງເມືອງໄຊ"
ມາຮອດປີ 1967 ໄດ້ປ່ຽນຊື່ຈາກ "ແຂວງເມືອງໄຊ" ມາເປັນ "ແຂວງອຸດົມໄຊ" ຈົນມາເຖິງປັດຈຸບັນ.
ທີ່ຕັ້ງ ຈຸດພິເສດ ທາງດ້ານພູມສາດ
ແຂວງອຸດົມໄຊຕັ້ງຢູ່ລະຫວ່າງເສັ້ນຂະຫນານ 21 ອົງສາ 15 ລິບດາເຫນືອ ແລະເສັ້ນຂະຫນານ 20 ອົງສາ 30 ລິບດາ ເຫນືອ, ເປັນແຂວງທີ່ມີພື້ນທີ່ສູງ-ຊັນ ໃນລະດັບສະເລ່ຍ 300-1.850 ແມັດທຽບຈາກຫນ້າ ນໍ້າທະເລ.
ເປັນແຂວງທີ່ຕັ້ງຢູ່ຈຸດໃຈກາງຂອງ 5 ແຂວງພາກເຫນືອ ມີເສັ້ນຊາຍແດນຍາວທັງຫມົດ 700 ກິໂລແມັດຄື:
- ທິດເຫນືອ ຕິດກັບ ສປຈີນ 15 ກິໂລແມັດ ແລະ ຕິດກັບແຂວງຜົ້ງສາລີ 77 ກິໂລແມັດ.
- ທິດຕາເວັນອອກ ຕິດກັບແຂວງຫລວງພະບາງ 174 ກິໂລແມັດ.
- ທິດໃຕ້ ຕິດກັບແຂວງໄຊຍະບູລີ 124 ກິໂລແມັດ.
- ທິດຕາເວັນຕົກ ຕິດກັບແຂວງບໍ່ແກ້ວ 112 ກິໂລແມັດ
- ຕາເວັນຕົກສ່ຽງເຫນືອຕິດກັບແຂວງຫລວງນໍ້າທາ 198 ກິໂລແມັດ,
ແຂວງອຸດົມໄຊມີເນື້ອທີ່ທັງຫມົດ 15.370 ກິໂລຕາແມັດ,ເທົ່າກັບ 6,5% ຂອງເນື້ອທີ່ທົ່ວປະເທດ.ຈັດຢູ່ໃນອັນດັບ 9 ຂອງ ສປປລາວ, ເນື້ອທີ່ພູດອຍກວມເອົາ 85%ຂອງເນື້ອທີ່ທັງຫມົດ.
ຊັບພະຍາກອນທໍາມະຊາດ
ແຂວງອຸດົມໄຊ ເປັນແຂວງຫນຶ່ງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທະມະຊາດຫລາຍຢ່າງ ເປັນພື້ນທີ່ພູດອຍເປັນສ່ວນໃຫຍ່ສະນັ້ນຈິ່ງພາໃຫ້ມີພູຜາປ່າໄມ້ທີ່ຍັງຄົງຄວາມອຸດົມສົມບູນຕຶບຫນາມີໄມ້ມີຄ່ານາໆຊະ ນິດ, ມີຫ້ວຍນ້ໍາລໍາທານທີ່ຈະກາຍເປັນພະລັງງານໄຟຟ້າໄດ້ຄືນໍ້າຂອງ, ນໍ້າງາ, ນ້ໍາພາກ, ນໍ້າແບງ, ນໍ້າງາວ ແລະ ນໍ້າ ອື່ນໆ, ຍັງເຮັດໃຫ້ເກີດມີນໍ້າຕົກທໍາມະຊາດທີ່ສວຍງາມ ແລະ ຖໍ້າຕ່າງໆທີ່ເຫມາະແກ່ການພັດທະນາເປັນແຫລ່ງທ່ອງທ່ຽວທາງທໍາມະຊາດຫລາຍແຫ່ງ.ໃນພື້ນດິນຍັງມີແຮ່ທາດຕ່າງໆເຊັ່ນ: ບໍ່ຄໍາ, ບໍ່ເງິນ, ທອງແດງ, ເຫລັກ, ຊືນ, ອັງຕີມອນ, ຫີນບາຣິດ, ຫີນ ກາວ, ຫີກວັດສ໌, ມັງການ, ພາຍຣາຍ, ເກືອ, ສັງກະສີ, ບໍ່ແກ້ວ, ບໍ່ມາດ, ບໍ່ນໍ້າອຸ່ນ ນອກຈາກນີ້ຍັງມີສັດນ້ໍາ ສັດ
ປ່ານາໆຊະນິດມາກມາຍ.
ດ້ານການປົກຄອງ
ແຂວງອຸດົມໄຊ ມີປະຊາກອນທັງຫມົດ 341,756 ຍິງ 168.798 ຄົນ.ມີ 55 ກຸ່ມບ້ານ, ມີ 470 ບ້ານ, ແບ່ງການປົກຄອງອອກເປັນ 7 ເມືອງຄື:
- ເມືອງໄຊ ມີ 9 ກຸ່ມບ້ານ, ມີ 97 ບ້ານ, ມີປະຊາກອນ 046 ຄົນ.
- ເມືອງນາຫມໍ້ ມີ 9 ກຸ່ມບ້ານ, ມີ 63 ບ້ານ, ມີປະຊາກອນ 942 ຄົນ.
- ເມືອງຫລາ ມີ 6 ກຸ່ມບ້ານ, ມີ 45 ບ້ານ, ມີປະຊາກອນ 622 ຄົນ.
- ເມືອງງາ ມີ 9 ກຸ່ມບ້ານ,ມີ 60 ບ້ານ, ມີປະຊາກອນ 800 ຄົນ.
- ເມືອງແບງ ມີ 6 ກຸ່ມບ້ານ, ມີ 57 ບ້ານ, ມີປະຊາກອນ 893 ຄົນ.
- ເມືອງຮຸນ ມີ 9 ກຸ່ມບ້ານ, ມີ 95 ບ້ານ, ມີປະຊາກອນ 805 ຄົນ.
- ເມືອງປາກແບງ ມີ 7 ກຸ່ມບ້ານ, ມີ 53 ບ້ານ, ມີປະຊາກອນ 648 ຄົນ.
ຊົນເຜົ່າ ແລະ ກຸ່ມພາສາປາກເວົ້າ
ແຂວງອຸດົມໄຊປະກອບດ້ວຍ 12 ຊົນເຜົ່າ, ແຕ່ລະເຜົ່າປະກອບມີຫລາຍແຊງເຜົ່າ ທີ່ແຕກຕ່າງກັນ ໃນຈໍານວນ 12 ເຜົ່ານັ້ນມີຄື: ເຜົ່າລາວ, ລື້, ໄຕ, ຢັ້ງ, ກຶມຫມຸ, ບິດ, ລຶມເມດ, ມົ້ງ, ອິວມຽນ, ອາຄ່າ, ພູນ້ອຍ, ຫໍ້. ແບ່ງອອກເປັນ 4 ກຸ່ມພາສາປາກເວົ້າຄື:
1- ກຸ່ມພາສາລາວ-ໄຕ ປະກອບມີ 4 ເຜົ່າຄື: ລາວ, ລື້, ໄຕ, ຢັ້ງ.
2 ກຸ່ມພາສາ ມອນ-ຂະແມ ມີ 3 ຊົນເຜົ່າຄື: ກຶມຫມູ, ບິດ, ລຶມເມດ.
3- ກຸມພາສາ ມົ້ງ-ອິວມຽນ ມີ 2 ຊົນເຜົ່າຄື: ມົ້ງ, ອິວມຽນ.
4- ກຸ່ມພາສາ ຈີນ-ຕີເບດ ມີ 3 ຊົນເຜົ່າຄື: ອາຄ່າ, ສິງສິລິ (ພູນ້ອຍ) ແລະ ຫໍ້.
ຂໍ້ມູນ: ປື້ມ ອຸດົມໄຊ 60ປີ (1962-2022)